อ้างอิงกระทู้ (Quote Tpoic ID) 8427 โพสแล้ว (By) ฟ : ຄໍາວ່າ “ຕິ” ໝາຍເຖິງການຕໍາໜິຕິຕຽນ ຫຼື ເວົ້າໃຫ້ຄົນອື່ນ ເມື່ອເຂົາບໍ່ໄດ້ດັ່ງໃຈຕົນເອງ ຫຼື ບໍ່ໄດ້ດັ່ງຕົນຫວັງ ຊຶ່ງເຂົາອາດຈະເຮັດຖືກ ຫຼື ເຮັດຜິດລະບຽບການຢ່າງໃດຢ່າງນຶ່ງ ກໍຕາມ ເຊັ່ນ: ຕິລູກນ້ອງເຮັດວຽກບໍ່ລະອຽດ, ຕິພະນັກງານຂຶ້ນແຜນບໍ່ດີ, ຄູຕິນັກ ຮຽນບໍ່ຕັ້ງໃຈຮຽນ, ຕິຜູ້ສາວວ່າຂີ້ລ້າຍ ອື່ນໆ. “ຕິ” ຍັງໝາຍເຖິງການຕໍາໜິສິ່ງຂອງເຄື່ອງໃຊ້, ອຸປະກອນ ຫຼື ສິ່ງອໍານວຍຄວາມ ສະດວກຕ່າງໆ ທີ່ບໍ່ສາມາດສະໜອງຄວາມໃຈຂອງຕົນເອງໄດ້ ເຊັ່ນ: ຕິລົດວ່າສີບໍ່ງາມ, ຕິເຮືອນວ່າຕໍ່າໂພດ, ຕິຄອມພິວເຕີວ່າຊ້າໂພດ. ຄໍາວ່າ “ຕິ” ກົງກັນຂ້າມກັບ ຄໍາວ່າ “ຍ້ອງຍໍ, ສັນລະເສີນ”. https://doodido.com/%e0%ba%84%e0%bb%8d%e0%ba%b2%e0%ba%a7%e0%bb%88%e0%ba%b2-%e0%ba%95%e0%ba%b4-%e0%ba%81%e0%ba%b2%e0%ba%99%e0%ba%99%e0%bb%8d%e0%ba%b2%e0%bb%83%e0%ba%8a%e0%bb%89-%e0%bb%81%e0%ba%a5/