ຖືວ່າເປັນເກັດຄວາມຮູ້ໃຫ້ແກ່ປະຊາຊົນຄົນຮຸ່ນຫລັງ ຫລື ຜູ່ທີ່ຍັງບໍ່ໄດ້ສືກສາເລິກເຊິງກ່ຽວກັບຮີດຄອງປະເພນີນີ້, ປີໃໝ່ລາວປີນີ້ ໃຜທີ່ຕ້ອງການອະນາໄມເຮືອນ ຫຼື ທຳຄວາມສະອາດພຣະພຸດທະຮູບ ຕ້ອງເບິ່ງ, ເພື່ອທີ່ຈະໃຫ້ຖືກກັບຂັ້ນຕອນ ປິເພນີ ແລະ ຄວາມເຊື່ອ ຕ້ອງປະຕິບັດແນວໃດ? ມື້ນີ້ເຮົາຈະມາບອກວິທີໃນການທຳຄວາມສະອາດພະພຸດທະຮູບ ໄປເບິ່ງນໍາກັນເລີຍ.
ເລີ່ມຕົ້ນຈາກການປັດຝຸ່ນທຳຄວາມສະອາດພະພຸດທະຮູບດ້ວຍແປງຂົນນຸ້ມ (ສາມາດຫາຊື້ໄດ້ຈາກຮ້ານວັດສະດຸກໍ່ສ້າງ). ຈາກນັ້ນປັດຝຸ່ນຕາມມຸມຕ່າງໆທີ່ເຂົ້າເຖິງຍາກ ວິທີນີ້ເໝາະສຳລັບພຣະທີ່ປິດທອງ ເພາະຊ່ວຍໃຫ້ທອງບໍ່ຫຼຸດ ຫຼື ຈະໃຊ້ຜ້າ ຫຼື ຟອງນ້ຳໃໝ່ເຊັດທຳຄວາມສະອາດອົງພຣະ. ຫາກມີຂອບຮູບພຣະ ແມ່ນໃຫ້ໃຊ້ຟອງນ້ຳຈຸບນ້ຳບິດໝາດໆ ເຊັດໃຫ້ທົ່ວກໍໄດ້.
https://doodido.com/%e0%ba%9b%e0%ba%b4%e0%bb%80%e0%ba%9e%e0%ba%99%e0%ba%b5-%e0%ba%95%e0%bb%89%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%95%e0%ba%b4%e0%ba%9a%e0%ba%b1%e0%ba%94%e0%bb%83%e0%ba%99%e0%ba%81%e0%ba%b2%e0%ba%99/
|