ຄໍາວ່າ “ແຄນ” ໝາຍເຖິງອາການດີຂຶ້ນ ຫຼື ບໍ່ຮ້າຍປານໃດດັ່ງ ແຄນແດ່, ແຄນແລ້ວ, ແຄນຂຶ້ນຫຼາຍ ເປັນຕົ້ນ ມີຄວາມໝາຍຄືກັນກັບຄໍາວ່າ “ໄຄ” ດັ່ງ ໄຄແດ່, ໄຄແລ້ວ, ໄຄຂຶ້ນຫຼາຍ.
ນອກຈາກນັ້ນ, “ແຄນ” ຍັງໃຊ້ເອີ້ນຊື່ຕົ້ນໄມ້ແນວນຶ່ງເອີ້ນ ໄມ້ແຄນ ເປັນໄມ້ແນວນຶ່ງເກີດຢູ່ຕາມປ່າດົງດິບ ເນື້ອແຂງ ມີລໍາຕົ້ນຂະໜາດໃຫຍ່ ແລະ ສູງ, ມີຄວາມແຂງແກ່ນທົນທານ, ທົນປວກ, ທົນມອດກິນ ຄົນນໍາມາເຮັດເຮືອນ ຫຼື ເຟີນີເຈີ. ໄມ້ແຄນ ຍັງມີໄມ້ແຄນເຮືອພ້ອມ ນິຍົມນໍາມາເຮັດວົງກົບ ປະຕູ, ບານປະຕູ, ວົງກົບປ່ອງຢ້ຽມ, ບານປ່ອງຢ້ຽມ, ແປ້ນເຮືອນ, ຝາເຮືອນ, ໂຕະ, ຕັ່ງ ແລະ ແປຮູບ ເປັນໄມ້ລ່ຽມ, ໄມ້ເສົາ, ແກະສະລັກ ແລະ ເຮັດເຟີນີເຈີຕ່າງໆໄດ້ຢ່າງຫຼາກຫຼາຍ.
https://doodido.com/%e0%ba%84%e0%bb%8d%e0%ba%b2%e0%ba%a7%e0%bb%88%e0%ba%b2-%e0%bb%81%e0%ba%84%e0%ba%99-%e0%ba%81%e0%ba%b2%e0%ba%99%e0%ba%99%e0%bb%8d%e0%ba%b2%e0%bb%83%e0%ba%8a%e0%bb%89-%e0%bb%81-2/
|