ໃນແຕ່ລະເທສການບໍ່ວ່າຈະເປັນປີໃໝ່ລາວ, ປີໃໝ່ຊົນເຜົ່າ ແລະ ອື່ນໆ, ເທດສະການກຸດຈີນ ຖືເປັນເທດສະການໜຶ່ງທີ່ສຳຄັນ ຂອງຊາວຈີນແຜ່ນດິນໃຫຍ່ ແລະ ຊາວລາວເຊື້ອສາຍຈີນ, ເຮົາມັກຈະຄຸ້ນເຄີຍກັບການໄຫວ້ເຈົ້າ, ໄຫວ້ບັນພະບູລຸດ ໃນຮູບແບບທີ່ແຕກຕ່າງກັນໄປ ຈາກແຕ່ກ່ອນທີ່ມີພິທີຢ່າງເຕັມຮູບແບບ ທັງເຄື່ອງໄຫວ້ຕ່າງໆ ແລະ ລະດັບຂັ້ນຕອນໃນການໄຫວ້
ແຕ່ໃນປັດຈຸບັນ, ໄດ້ມີການຈັດຂອງໄຫວ້ ໄວ້ເປັນຊຸດຈຳນ່າຍ ບໍ່ວ່າຈະເປັນ: ເຄື່ອງໄຫວ້ເຈົ້າ, ໄຫວ້ບັນພະບູລຸດ, ໄຫວ້ຂໍພອນ ແລະ ໄຫວ້ວິນຍານ ກໍຈະມີການຈັດກຽມໄວ້ ເພື່ອຄວາມສະດວກ ແລະ ສິ່ງທີ່ຄົນນິຍົມຊື້ໄປໄຫວ້ຫຼາຍ ໃນທຸກໆປີ ຈະເປັນເຄື່ອງໄຫວ້ຂໍພອນ ເພາະຄົນສ່ວນຫຼາຍຈະເຂົ້າໄປກາບໄຫວ້ ຂໍພອນຫຼາຍຂຶ້ນໃນມື້ປີໃໝ່.
https://doodido.com/%e0%bb%80%e0%ba%84%e0%ba%b7%e0%bb%88%e0%ba%ad%e0%ba%87%e0%bb%84%e0%ba%ab%e0%ba%a7%e0%bb%89%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%83%e0%ba%99%e0%bb%80%e0%ba%97%e0%ba%aa/
|