ລາຍຜ້າສ່ວນໃຫຍ່ ຈະສື່ເຖິງ ການດຳລົງຊີວິດ ໃນດ້ານຮິດຄອງປະເພນີ, ພິທີກຳ ແລະ ຄວາມເຊື່ອ, ຊົນເຜົ່າກຶມມຸ ນີຍົມຕ່ຳຜ້າ 3 ລວດລາຍຄື: ລາຍພື້ນຖານ, ລາຍພືດ ແລະ ລາຍສັດ.
ລວດລາຍຜ້າ ຂອງຊົນເຜົ່າກຶມມຸ ແມ່ນການຕັດກັນລະຫວ່າງສີຂອງເຄືອ ແລະ ເສັ້ນຕໍ່າ ເຮັດໃຫ້ເກີດມີສີສັນ, ລວດລາຍແບບຕ່າງໆຂຶ້ນ ດ້ວຍຈິນຕະນາການ ໂດຍການ ຕ່ຳຂີດ ເນື່ອງຈາກການຕ່ຳຂີດ ຈະເຮັດໃຫ້ຜ້າໄດ້ແຖວລະສີ ແລະ ຍັງມີການຕ່ຳ ທີ່ເປັນເອກະລັກ ໂດຍການໃຊ້ລູກປັດ ຫຼື ເມັດຕະກົ່ວ ຮ້ອຍແຊກລະຫວ່າງການຕ່ຳ ເພື່ອສ້າງລວດລາຍທີ່ປາກົດໃນຜືນຜ້າ.
https://doodido.com/%e0%ba%a5%e0%ba%a7%e0%ba%94%e0%ba%a5%e0%ba%b2%e0%ba%8d%e0%bb%80%e0%ba%ad%e0%ba%81%e0%ba%b0%e0%ba%a5%e0%ba%b1%e0%ba%81%e0%ba%95%e0%bb%88%e0%ba%b2%e0%ba%87%e0%bb%86%e0%ba%82/
|